1.ລະບຽບວິໄນ 8 ຂໍ້ຂອງກອງທັບປະຊາຊົນລາວ

ລະບຽບວິໄນ 8 ຂໍ້ຂອງກອງທັບປະຊາຊົນລາວ  
1. ປະຕິບັດຄຳສັ່ງຂອງຂັ້ນສູງຢ່າງເດັດຂາດໃນຍາມທຳມະດາກໍຄືຍາມສູ້ຮົບ.
2. ບໍ່ເອົາຂອງສ່ວນລວມມາເປັນຂອງສ່ວນຕົວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂັ້ນເທິງຢ່າງເປັນທາງການ, ຕ້ອງປົກປັກຮັກ ສາອາວຸດ ແລະ ເຄື່ອງໃຊ້ບໍ່ໃຫ້ເປ່ເພເສຍຫາຍ.
3. ຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ອະນາໄມດີ, ບໍ່ເຮັດເປິເປື້ອນໃສ່ນຳ້ສ້າງ, ຫ້ວຍນ້ຳ ແລະ ບ່ອນຊຸມ ນຸມຊົນຕ່າງໆ ເວລາປະຈຳຢູ່ຫລືຍ້າຍຫນີ ຕ້ອງປັດກວາດມ້ຽນມັດໃຫ້ສະອາດຮຽບຮ້ອຍ.
4. ຄວນປະພຶດຕົວໃຫ້ຖືກຕ້ອງ, ເວົ້າຈາອ່ອນຫວານຕໍ່ທຸກຄົນ, ນັບຖືຜູ້ເຖົ້າ, ຮັກແພງເດັກນ້ອຍ, ຄ່ຽມຄົມຕໍ່ຜູ້ຍິງ.
5. ຕັ້ງແຕ່ໄຫມຫຍິບ ຫລື ເຂັມດວງຂື້ນໄປບໍ່ໃຫ້ເອົາຂອງປະຊາຊົນໂດຍບໍ່ໄດ້ຮັບອະນຸຍາດ, ຊື້ຂາຍຕ້ອງທ່ຽງທຳ, ຢືມຕ້ອງ ສົ່ງ, ເປ່ເພເສຍຫາຍຕ້ອງໃຊ້ແທນ.
6. ຕ້ອງໂຄສະນາອົບຮົມປະຊາຊົນ, ສາມັກຄີຊ່ວຍເຫລືອປະຊາຊົນ ໃນທຸກວຽກງານ.
7. ຕ້ອງນັບຖືຮີດຄອງປະເພນີຂອງປະຊາຊົນ, ເຄົາລົບຄວາມເຊື່ອຖືຂອງປະຊາຊົນ, ປົກປັກຮັກສາວັດວາອາຮາມກໍຄືວັດຖຸ ບູຮານທີ່ເປັນປະຫວັດສາດ, ບໍ່ໄດ້ມ້າງເພຫລືເຮັດເປິເປື້ອນ ໃສ່ສະຖານທີ່ສາທາລະນະສ່ວນລວມ.
8. ຕ້ອງຮັກສາຄວາມລັບຂອງກອງທັບ ແລະ ຂອງລັດຢ່າງເດັດຂາດ.

ລະບຽບວິໄນ 12 ຂໍ້ຕໍ່ປະຊາຊົນ
4 ເຄົາລົບ
1. ເຄົາລົບປະຊາຊົນບັນດາເຜົ່າ ຄືພໍ່ແມ່ອ້າຍນ້ອງໃນຄອບຄົວຂອງຕົນ.
2. ເຄົາລົບຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າ.
3. ເຄົາລົບສິດສະເຫມີພາບໃນການເຊື່ອຖື ຫລື ບໍ່ເຊື່ອຖືສາສະຫນາ ຂອງປະຊາຊົນບັນດາເຜົ່າ.
4. ເຄົາລົບ ແລະ ໃຫ້ການຊ່ວຍເຫລືອຢ່າງສຸດຂີດແກ່ອົງານປົກຄອງ, ແນວໂຮມທ້ອງຖິ່ນ.
4 ບໍ່
1. ບໍ່ຂ້າຕີ, ບໍ່ຂົ່ມຂູ່, ບໍ່ຮ້າຍດ່າປະຊາຊົນ.
2. ບໍ່ເອົາຂອງປະຊາຊົນແບບຜິດກົດຫມາຍ, ບໍ່ເຮັດຫຍຸ້ງຍາກແກ່ປະຊາ ຊົນ ແລະ ອົງການປົກຄອງທ້ອງຖິ່ນ.
3. ບໍ່ມ້າງເພວັດວາອາຮາມ ຫລື ສະຖານທີ່ທາງສາສະຫນາອື່ນໆ ແລະ ສາທາລະນະສະຖານ.
4. ບໍ່ຫລີ້ນແສ້ພານສາວ, ບໍ່ລົບກວນແມ່ນຍິງໂດຍບໍ່ຖືກຕ້ອງຕາມລະບຽບວິໄນຂອງກອງທັບ, ກົດຫມາຍຂອງລັດ ແລະ ຮີດ ຄອງປະເພ
ນີຂອງ ບ້ານເມືອງ.
4 ຊ່ວຍ
1. ຊ່ວຍປະຊາຊົນທຳມາຫາກິນ ແລະ ນຳໃຊ້ເຕັກນິກວິທະຍາສາດວິທະຍາການໃຫມ່ເຂົ້າໃນການຜະລິດ ແລະ ກໍ່ສ້າງ ຊົນນະບົດໃຫມ່.
2. ຊ່ວຍປະຊາຊົນໃນການສຶກສາຮ່ຳຮຽນວັດທະນະທຳ, ການເມືອງ ແລະ ວິຊາສະເພາະຕ່າງທີ່ຈຳເປັນເຂົ້າໃນຊີວິດປະ ຈຳວັນ.
3. ຊ່ວຍປະຊາຊົນໃນການປິ່ນປົວພະຍາດ, ຮັກສາອະນາໄມ 3 ສະອາດຢູ່ສະຖານທີ່ສາທາລະນະແລະບ້ານຊ່ອງຂອງ ຕົນ.
4. ຊ່ວຍປະຊາຊົນຕີສັດຕູປົກປັກຮັກສາບ້ານຊ່ອງ,ຮັກສາລະບຽບວິໄນ ດີ, ປະຕິບັດຕາມຄຳຂວັນທີ່ວ່າ: “ເວລາຢູ່ໃຫ້ປະຊາ ຊົນຍ້ອງ ວ່າດີ, ຍາມຫນີໃຫ້ປະຊາຊົນຈົ່ມຫາ, ເວລາບໍ່ມາໃຫ້ປະຊາຊົນຈົ່ມຄິດຮອດ.

2.ກົດຫມາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ

ຫມວດທີ I ບົດບັນຍັດທົ່ວໄປ
ມາດຕາ 1. ຈຸດປະສົງ
ກົດຫມາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວກຳນົດທີ່ຕັ້ງ, ພາລະບົດບາດ, ສິດຫນ້າທີ່, ຄວາມຮັບຜິດຊອບ,ພັນ ທະ, ການພົວພັນຮ່ວມມີສາກົນ, ມາດຕະຖານ, ຂັ້ນ, ຊັ້ນ ແລະ ຕຳແຫນ່ງຂອງນາຍທະຫານ, ກຳນົດການຄຸ້ມຄອງຂອງ ລັດ, ນະໂຍບາຍ, ຂໍ້ຫ້າມ, ການ ຍ້ອງຍໍ ແລະ ການປະຕິບັດວິໄນ ຕໍ່ນາຍທະຫານໃນກອງທັບປະຊາຊົນລາວ, ເຮັດໃຫ້ ນາຍທະຫານມີຄວາມຫນັກແຫນ້ນທາງດ້ານການເມືອງ, ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ລະບຽບ ວິໄນເຂັ້ມງວດ, ມີແບບແຜນທັນສະໄໝ ແລະ ເຮັດສຳເລັດຫນ້າທີ່ອັນມີກຽດສະຫງ່າຂອງຕົນ.
ມາດຕາ 2. ນາຍທະຫານກອງທັບປະຊາຊົນລາວ
ນາຍທະຫານກອງທັບປະຊາຊົນລາວແມ່ນພະນັກງານຂອງພັກ ແລະ ລັດແຫ່ງສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທີ່ມີຊັ້ນ ແຕ່ລະຊັ້ນຮ້ອຍຕີ ເຖິງຊັ້ນພົນເອກ ເຊິ່ງມີເຄື່ອງ ຫມາຍຊັ້ນ, ທຽບຊັ້ນ, ເຄື່ອງຫມາຍເຫລົ່າຮົບ, ເຫລົ່າທັບ ແລະ ເຄື່ອງແບບສະເພາະ ໂດຍແມ່ນ ລັດຖະບານເປັນຜູ້ກຳນົດ.
ມາດຕາ 3. ທີ່ຕັ້ງ, ພາລະບົດບາດຂອງນາຍທະຫານ
ນາຍທະຫານເປັນກຳລັງຫລັກແຫລ່ງຂອງກອງທັບປະຊາຊົນລາວ. ນາຍທະຫານ ມີພາລະບົດບາດຊີ້ນຳ, ນຳພາ, ບັນຊາ ແລະ ກໍ່ສ້າງກຳລັງ, ສຶກສາອົບຮົມ ເຝິກແອບຮ່ຳຮຽນ, ກຽມພ້ອມສູ້ຮົບ, ຄຸ້ມຄອງ, ລ້ຽງດູທັບ ແລະ ປະຕິບັດຫນ້າທີ່ອື່ນໆ ເພື່ອປົກ ປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ , ຜືນແຜນດິນອັນຄົບຖ້ວນ ແລະ ສ້າງສາພັດທະນາປະ ເທດຊາດ.
ມາດຕາ 4. ສິດ ແລະ ຫນ້າທີ່ຂອງນານທະຫານ
ສິດ ແລະ ຫນ້າທີ່ຂອງນາຍທະຫານມີດັ່ງນີ້:
1. ກຽມພ້ອມສູ້ຮົບ ແລະ ສູ້ຮົບພິລະອາດຫານ ເພື່ອປົກປັກຮັກສາປະເທດ, ຮັບປະກັນ ກັນສະພາບ ແລະ ຄວາມຫມັ້ນ ຄົງຂອງລະບອບປະຊາທິປະໄຕປະຊາຊົນ. ປົກປັກຮັກສາຊັບສົມ ບັດຂອງລັດ, ສິດຜົນປະໂຫຍດອັນຊອບທຳຂອງລວມຫມູ່ ແລະ ຂອງປະຊາຊົນ.
2. ຕັ້ງຫນ້າປັບປຸງ ແລະ ກໍ່ສ້າງກຳລັງໃຫ້ຫນັກແຫນ້ນທາງດ້ານການເມືອງ, ແນວຄິດ,ເຂັ້ມທາງດ້ານການຈັດຕັ້ງ, ມີຄວາມ ຈົງຮັກພັກດີຕໍ່ປະເທດຊາດ, ມີທາດປະຕິວັດ, ມີລະບຽບວິ ໄນເຂັ້ມງວດ ແລະ ມີແບບແຜນທັນສະໄຫມ, ມີລະດັບວິທະຍາ ສາດ, ເຕັກນິກ, ສີລະປະຢຸດ, ຍຸດທະວິທີໃນການສູ້ຮົບ ແລະ ມີຄວາມສາມາດປະຕິບັດສຳເລັດຫນ້າທີ່.
3. ປະຕິບັດແນວຄິດ, ນະໂຍບາຍຂອງພັກ, ກົດຫມາຍຂອງລັດ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, ຮັກສາຄວາມລັບ ຂອງລັດ, ຂອງກອງທັບຢ່າງເດັດຂາດ, ປະຕິບັດຄຳສັ່ງຂອງຜູ້ນຳ ພາ, ບັນຊາ ແລະ ການຈັດຕັ້ງຂັ້ນເທິງຂອງຕົນຢ່າງເຂັ້ມ ງວດ.
4. ກໍ່ສ້າງຮາກຖານການເມືອງ, ເຂົ້າຮ່ວມການພັດທະນາທາງດ້ານເສດຖະກິດ, ວັດທະ ນະທຳ, ສັງຄົມແລະ ຊ່ວຍເຫລືອ ປະຊາຊົນ.
5. ຄຸ້ມຄອງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງນາຍ ແລະ ພົນທະຫານ ບົນພື້ນຖານຍົກສູງຈິດໃຈເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ອອກແຮງສ້າງພະລາທິການກັບທີ່ເພື່ອຮັບປະກັນການປະຕິບັດ ຫນ້າທີ່ຂອງຕົນ.
6. ປະຕິບັດຫລັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີເປັນເອກະພາບພາຍໃນກອງທັບ, ຕຳນິຕິຊົມ, ຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນຢູ່ພາຍໃນກົມກອງ ແລະ ລະຫວ່າງຂັ້ນ ລຸ່ມກັບຂັ້ນເທິງ ເພື່ອພ້ອມກັນກ້າວຫນ້າ.
ມາດຕາ 5. ຄວາມຮັບຜິດຊອບຂອງນາຍທະຫານ
ນາຍທະຫານມີຄວາມຮັບຜິດຊອບ ຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງກົມກອງຂອງຕົນ, ປະຕິບັດແນວທາງ, ນະໂຍບາຍ ຂອງພັກ, ລະບຽບກົດຫມາຍຂອງລັດ, ມະຕິ, ຄຳສັ່ງຂັ້ນເທິງຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບຕໍ່ຄຳສັ່ງຂອງຕົນ.
ມາດຕາ 6. ພັນທະຂອງນາຍທະຫານ
ນາຍທະຫານມີພັນທະດັ່ງລຸ່ມນີ້:
1. ກຽມພ້ອມສູ້ຮົບ, ສູ້ຮົບພິລະອາດຫານ, ຍອມເສຍສະລະຊີວິດ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ຂອງປະຊາ ຊົນບັນດາເຜົ່າ.
2. ປົກປັກຮັກສາພັກປະຊາຊົນປະຕິວັດລາວ ແລະ ລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຂົ້າຮ່ວມ ໃນການສ້າງສາພັດທະນາປະເທດຊາດ.
3. ຝຶກຝົນ, ຫລໍ່ຫລອມຄຸນສົມບັດສິນທຳປະຕິວັດ,ເປັນແບບຢ່າງໃນທຸກວຽກງານ, ຝຶກແອບຮ່ຳຮຽນ, ຍົກສູງຄວາມຮູ້ຄວາມ ສາມາດທາງດ້ານການເມືອງ, ການທະຫານ, ເສດຖະກິດ, ວັດທະນະທຳ -ສັງຄົມ ແລະ ວິຊາສະເພາະອື່ນໆ ເພື່ອເຮັດ ສຳເລັດຫນ້າທີ່ທີ່ໄດ້ຮັບມອບຫມາຍ.
4. ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ປະຕິບັດຄຳສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດ ແລະ ເດັດຂາດ.
5. ເຄົາລົບນັບຖືຮີດຄອງປະເພນີ ອັນດີງາມຂອງປະຊາຊົນບັນດາເຜົ່ານອກຈານີ້ແລ້ວ ນາຍທະຫານກໍ່ຍັງມີພັນທະຄືກັນກັບ ພົນລະເມືອງລາວ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດຫມາຍແຫ່ງສປປລາວ.
ມາດຕາ 7. ການພົວພັນ ແລະ ຮ່ວມມືສາກົນຂອງນາຍທະຫານ.
ນາຍທະຫານກອງທັບປະຊາຊົນລາວ ພົວພັນຮ່ວມມືກັບບັນດາກອງທັບປະເທດເພື່ອນມິດ ແລະ ປະເທດອື່ນໆຕາມລະບຽບ ການ ບົນພື້ນຖານຫລັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເຫມີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຫມວດທີ II ປະເພດ, ແຫລ່ງທີ່ມາ, ມາດຕາຖານການນຳພາ, ບັນຊາ ແລະ ກໍ່ສ້າງນາຍທະຫານ
ມາດຕາ 8. ປະເພດນາຍທະຫານ
ນາຍທະຫານກອງທັບປະຊາຊົນລາວ ປະກອບມີປະເພດດັ່ງນີ້:
1. ນາຍທະຫານເສນາທິການເຮັດຫນ້າທີ່ບັນຊາ, ສູ້ຮົບ ແລະ ກໍ່ສ້າງກຳລັງທາງດ້ານ ການທະຫານ.
2. ນາຍທະຫານການເມືອງ ເຮັດຫນ້າທີ່ວຽກງານການເມືອງ, ແນວຄິດ, ວຽກງານຈັດຕັ້ງ ພັກ, ພະນັກງານ,ວຽກງານນະ ໂຍບາຍ ແລະ ວຽກງານອົງການຈັດຕັ້ງມະຫາຊົນ.
3. ນາຍທະຫານພະລາທິການ ເຮັດຫນ້າທີ່ຮັບປະກັນດ້ານພະລາທິການ ແລະ ການລ້ຽງ ດູທັບ.
4. ນາຍທະຫານ ເຕັກນິກ, ວິຊາການ ແລະ ວິຊາສະເພາະອື່ນໆ ເຮັດຫນ້າທີ່ຂະແຫນງການແລະ ວິຊາສະເພາະໃດຫນຶ່ງ.
ມາດຕາ 9. ແຫລ່ງທີ່ມາຂອງນາຍທະຫານ
ແຫລ່ງທີ່ມາຂອງນາຍທະຫານມີດັ່ງນີ້:
1. ນາຍສິບທີ່ຮຽນຈົບຈາກບັນດາໂຮງຮຽນຊັ້ນກາງຂຶ້ນໄປຢູ່ໃນ ແລະ ນອກກອງທັບ, ທັງ ພາຍໃນ ແລະ ຕ່າງປະເທດ.
2. ນາຍສິບ ຈາກກົມກອງຕ່າງເຊິ່ງເປັນຜູ້ສູ້ຮົບພິລະອາດຫານ, ຫ້າວຫັນ ແລະ ມີຜົນງານດີເດັ່ຮໃນການປະຕິບັດຫນ້າທີ່ ວຽກງານຕ່າງໆ.
3. ພະນັກງານ, ລັດຖະກອນ ແລະ ນັກສຶກສາກອງທັບທີ່ຮຽນຈົບຊັ້ນກາງຂຶ້ນໄປທັງພາຍ ແລະ ຕ່າງປະເທດທີ່ເຂົ້າເຮັດ ໜ້າທີ່ຮັບໃຊ້ກອງທັບ, ເຊິ່ງຕ້ອງໄດ້ຮັບການບຳລຸງຫລືກໍ່ສ້າງວິຊາ ການທະຫານ.
ມາດຕາ 10. ມາດຕະຖານຂອງນາຍທະຫານ
ມາດຕາຖານຂອງນາຍທະຫານມີດັ່ງນີ້:
1. ຕ້ອງແມ່ນຄົນລາວທີ່ເປັນສັນຊາດລາວ, ມີອາຍຸ 21 ປີຂຶ້ນໄປ, ມີຊີວະປະຫວັດ ແລະ ບໍ່ຖືກສານຕັດສິນລົງໂທດຕັດ ອິດສະຫລະພາບມາກ່ອນ.
2. ມີທັດສະນະຫລັກຫມັັ້ນການເມືອງຫນັກແຫນ້ນ, ຈຳແນກມິດ-ສັດຕູຈະແຈ້ງ, ມີອຸດົມ ການສັງຄົມນິຍົມ, ມີຄຸນສົມບັດ ສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນລາວ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ປະຊາ ຊົນ, ມີນ້ຳໃຈຕໍ່ສູ້ເດັດດ່ຽວພິລະອາດ ຫານ, ມີຄວາມເສຍສະຫະສູງ ແລະ ທົນທານຫນຽວແຫນ້ນ.
3. ມີຄວາມຮູ້ພື້ນຖານທິດສະດີມາກ-ເລນິນ, ມີຄວາມສາມາດກຳແຫນ້ນ ແລະ ຈັດຕັ້ງ ປະຕິບັດແນວທາງ, ແຜນນະໂຍ ບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດ.
4. ມີຄວາມຮູ້ເປັນລະບົບກ່ຽວກັບວິຊາການທະຫານ, ວິຊາສະເພາະເຕັກນິກ, ໄດ້ຜ່ານ ການທົດສອບໃນວຽກງານຕົວຈິງ.
5. ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດຫມາຍຂອງລັດ ແລະ ກົດລະບຽບຂອງກອງທັບ ຢ່າງເຂັ້ມງວດ.
6. ມີສຸຂະພາບສົມບູນ ແລະ ແຂງແຮງດີ.
ສຳລັບນາຍທະຫານບັນຊາແຕ່ລະຂັ້ນຕ້ອງມີເງື່ອນໄຂຕື່ມດັ່ງນີ້:
- ຂັ້ນໝວດ,ກອງຮ້ອຍແລະທຽບເທົ່າຕ້ອງຈົບໂຮງຮຽນນາຍທະຫານຫຼືທຽບເທົ່າຂຶ້ນໄປ.
- ຂັ້ນກອງພັນນ້ອຍ, ກອງພັນໃຫຍ່ ແລະ ທຽບເທົ່າ ຕ້ອງຈົບວິທະຍາຄານການທະຫານ ການເມືອງ ແລະ ພະລາທິ ການຫລືທຽບເທົ່າຂຶ້ນໄປ. 
- ຂັ້ນເຂດທະຫານ, ກອງພົນ ແລະ ທຽບເທົ່າຂຶ້ນໄປຕ້ອງຈົບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຫລື ທຽບ ເທົ່າຂຶ້ນໄປ.
ມາດຕາ 11. ການນຳພາ, ບັນຊານາຍທະຫານ
ນາຍທະຫານກອງທັບປະຊາຊົນລາວ ຢູ່ພາຍໃຕ້ການນຳພາໂດຍກົງ, ລວມສູນເປັນ ເອກະກະພາບ ແລະ ຮອບດ້ານຂອງ ພັກປະຊາຊົນປະຕິວັດລາວ.ປະທານປະເທດເປັນຜູ້ບັນຊາສູງສຸດຂອງນາຍທະຫານກອງທັບປະຊາຊົນລາວ.ນາຍົກລັດຖະມົນ ຕີເປັນຜູ້ຈັດຕັ້ງ ແລະ ກວດກາເຄື່ອນໄຫວຂອງນາຍທະຫານກອງທັບປະຊາຊົນລາວ. ລັດຖະມົນຕີວ່າການກະຊວງປ້ອງກັນ ປະເທດເປັນຜູ້ຊີ້ນຳ, ນຳພາ, ບັນຊາ ແລະ ຄຸ້ມ ຄອງໂດຍກົງນາຍທະຫານກອງທັບປະຊາຊົນລາວ.
ມາດຕາ 12. ການກໍ່ສ້າງນາຍທະຫານ
ການກໍ່ສ້າງນາຍທະຫານແມ່ນຄວາມຮັບຜິດຊອບຂອງພາກສ່ວນຕ່າງໆດັ່ງນີ້:
- ຄະນະພັກ, ຄະນະບັນຊາຂັ້ນຕ່າງໆຢູ່ໃນກອງທັບມີຄວາມຮັບຜິດຊອບກໍ່ສ້າງນາຍທະຫານທີ່ຂຶ້ນກັບຕົນໃຫ້ເຕີບໃຫຍ່ເຂັ້ມ ແຂງ ແລະ ມີແບບແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
- ອົງການຈັດຕັ້ງຂອງພັກ, ລັດ, ແນວລາວຮັກຊາດ, ອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງສັງຄົມ ແລະ ພົນລະ ເມືອງລາວທຸກຄົນມີພັນທະປະກອບສ່ວນກໍ່ສ້າງ, ບຳລຸງ ແລະ ສຶກສາ ອົບຮົມນາຍທະຫານກອງທັບປະຊາຊົນລາວ.
ໝວດທີ III ລະບົບຂັ້ນ ແລະ ຊັ້ນຂອງນາຍທະຫານ
ມາດຕາ 13. ຂັ້ນ ແລະ ຊັ້ນຂອງນາຍທະຫານກອງທັບປະຊາຊົນລາວ
ນາຍທະຫານກອງທັບປະຊາຊົນລາວປະກອບມີສາມຂັ້ນ ແລະ ສິບຊັ້ນດັ່ງນີ້:
ຂັ້ນນາຍຮ້ອຍ, ຂັ້ນນາຍພັນ ແລະ ຂັ້ນນາຍພົນ.
ຂັ້ນນາຍຮ້ອຍມີສາມຊັ້ນ
ຊັ້ນຮ້ອຍຕີ, 
ຊັ້ນຮ້ອຍໂທ 
ຊັ້ນຮ້ອຍເອກ
ຂັ້ນນາຍພັນມີສາມຊັ້ນ
ຊັ້ນພັນຕີ.
ຊັ້ນພັນໂທ
ຊັ້ນພັນເອກ
ຂັ້ນນາຍພົນມີ ສີ່ ຊັ້ນ
ຊັ້ນພົນຈັດຕະວາ
ຊັ້ນພົນຕີ
ຊັ້ນພົນໂທ
ຊັ້ນພົນເອກ
ມາດຕາ 14. ອາຍຸກະສຽນຂອງນາຍທະຫານແຕ່ລະຂັ້ນ
ອາຍຸກະສຽນສູງສຸດໃນການປະດັບຊັ້ນ, ເລື່ອນຊັ້ນ, ຕໍ່ນາຍທະຫານປະຈຳການ ແລະ ບຳນານແຕ່ລະຂັ້ນດັ່ງນີ້:
1. ອາຍຸກະສຽນປະດັບຊັ້ນ ແລະ ເລື່ອນຊັ້ນ. 
ຂັ້ນນາຍຮ້ອຍບໍ່ໃຫ້ເກີນ 40 ປີ.
ຂັ້ນນາຍພັນບໍ່ໃຫ້ເກີນ 50 ປີ.
ຂັ້ນນາຍພົນບໍ່ໃຫ້ເກີນ 60 ປີ.
2. ອາຍຸກະສຽນຂອງນາຍທະຫານທີ່ປະຈຳການຢູ່ກົມກອງສູ້ຮົບສູງສຸດບໍ່ໃຫ້ເກີນ 55 ປີ.
ນາຍທະຫານທີ່ບໍ່ປະຈຳການຢູ່ສຳນັກງານ, ອົງການ, ສູງສຸດບໍ່ໃຫ້ເກີນ 65 ປີ.
3. ອາຍຸກະສຽນຮັບບຳນານຂອງນາຍທະຫານເພດຊາຍແມ່ນ 60 ປີ ແລະ ໃນກໍລະນີພິ ເສດທີ່ມີຄວາມຮຽກຮ້ອງຕ້ອງ ການບໍ່ໃຫ້ເກີນ 65 ປີ. ສຳລັບຜູ້ທີ່ເຮັດວຽກກັບທາດເບື່ອ, ທາດເຄມີ ຫລືເຮັດວຽກຢູ່ເຂດຫຍຸ້ງຍາກທຸລະກັນດານ 15 ປີຢ່າງຕໍ່ເນື່ອງມີສິດຮັບເບັ້ຍບຳນານກ່ອນກຳນົດ.
ມາດຕາ 15. ການປະດັບຊັ້ນນາຍທະຫານ
ເງື່ອນໄຂປະດັບຊັ້ນນາຍທະຫານມີດັ່ງນີ້:
1. ນາຍສິບທີ່ຮຽນຈົບຊັ້ນກາງໃນຫລືນອກກອງທັບທັງພາຍໃນ ແລະ ຕ່າງປະເທດຈະໄດ້ ຮັບການປະດັບຊັ້ນຮ້ອຍຕີ.
2. ນາຍສິບທີ່ຮຽນຈົບຊັ້ນສູງຫລືປະລິນຍາຕີໃນ ຫລື ນອກກອງທັບທັງພາຍໃນ ແລະ ຕ່າງປະເທດຈະໄດ້ຮັບການປະ ດັບຊັ້ນຮ້ອຍໂທ.
3. ນາຍສິບທີ່ມີຜົນງານດີເດັ່ນໃນການສູ້ຮົບຫລືໃນການປະຕິບັດຫນ້າທີ່ວຽກງານອື່ນໆ ຈະໄດ້ຮັບການປະດັບຊັ້ນຮ້ອຍຕີ ຫລືຮ້ອຍໂທຕາມຄວາມເຫມາະສົມ.
4. ພະນັກງານ, ລັດຖະກອນ, ນັກສຶກສານອກກອງທັບທີ່ເປັນນັກວິຊາການ, ຮຽນຈົບຊັ້ນ ຂຶ້ນໄປທັງພາຍໃນ ແລະ ຕ່າງ ປະເທດເຊິ່ງເຂົ້າມາເຮັດຫນ້າທີ່ຮັບໃຊ້ໃນກອງທັບຈະໄດ້ຮັບການ ປະດັບຊັ້ນຮ້ອຍຕີຂຶ້ນໄປ, ແຕ່ຕ້ອງໄດ້ຜ່ານການບຳລຸງ ຫລືກໍ່ສ້າງວິຊາການທະຫານຕື່ມອີກ.
ມາດຕາ 16. ສິດຕົກລົງກ່ຽວກັບຊັ້ນນາຍທະຫານ
ສິດຕົກລົງປະດັບຊັ້ນ, ເລື່ອນຊັ້ນ, ທຽບຊັ້ນ, ປົດຊັ້ນນາຍທະຫານມີດັ່ງນີ້:
1. ປະທານປະເທດເປັນຜູ້ຕົກລົງປະດັບຊັ້ນ, ເລື່ອນຊັ້ນ, ທຽບຊັ້ນ ແລະ ປົດຊັ້ນຂັ້ນນາຍ ພົນ, ຕາມການສະເຫນີຂອງ ນາຍົກລັດຖະມົນຕີ.
2. ນາຍົກລັດຖະມົນຕີເປັນຜູ້ປະດັບຊັ້ນ, ທຽບຊັ້ນ ແລະ ປົດຊັ້ນພັນເອກ, ຕາມການ ສະເຫນີຂອງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ.
3. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດເປັນຜູ້ຕົກລົງປະດັບຊັ້ນ, ເລື່ອນຊັ້ນ, ທຽບຊັ້ນ, ປົດຊັ້ນຮ້ອຍເອກ, ພັນຕີ ແລະ ພັນໂທ ຕາມການສະເຫນີຂອງຫົວຫນ້າກົມໃຫຍ່ການ ເມືອງກອງທັບ.
4. ຫົວຫນ້າກົມໃຫຍ່ການເມືອງກອງທັບເປັນຜິກລົງປະດັບຊັ້ນ, ເລື່ອນຊັນ, ທຽບຊັ້ນ, ປົດຊັ້ນຮ້ອຍຕີ ແລະ ຮ້ອຍໂທຕາມ ການສະເຫນີຂອງກົມກອງທີ່ກ່ຽວຂ້ອງ.
ມາດຕາ 17. ເງື່ອນໄຂເລື່ອນຊັ້ນນາຍທະຫານ

ການເລື່ອນຊັ້ນນາຍທະຫານຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້:
1. ເຖິງກຳນົດເວລາພິຈາລະນາການເລື່ອນຊັ້ນຕາມທີ່ໄດ້ກຳນົດໄວໃນມາດຕາ 18 ຂອງ ກົດຫມາຍສະບັບນີ້.
2. ມີຜົນສຳເລັດໃນການປະຕິບັດຫນ້າທີ່ວຽກງານທີ່ໄດ້ຮັບມອບຫມາຍຫລືມີຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານ.
3. ມີເງື່ອນໄຂ ແລະ ມາດຕະຖານຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5, 10 ,14 ແລະ 20 ຂອງກົດຫມາຍສະ ບັບນີ້:
ມາດຕາ 18. ກຳນົດເວລາການເລື່ອນຊັ້ນໃຫ້ນາຍທະຫານ.
ການພິຈາລະນາການເລື່ອນຊັ້ນນາຍທະຫານໃຫ້ປະຕິບັດກຳນົດເວລາດັ່ງນີ້:
ຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ ກຳນົດ 3 ປີ
ຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ ກຳນົດ 3 ປີ
ຊັ້ນຮ້ອຍເອກ ຂຶ້ນ ພັນຕີ ກຳນົດ 4 ປີ
ຊັ້ນພັນຕີ ຂຶ້ນ ພັນໂທ ກຳນົດ 4 ປີ
ຊັ້ນພັນໂທ ຂຶ້ນພັນເອກ ກຳນົດ 4 ປີ
ສ່ວນການເລື່ອນຊັ້ນພັນເອກ ຂຶ້ນຊັ້ນນາຍພົນ, ນາຍພົນຂຶ້ນນາຍພົນຊັ້ນສູງກ່ວານັ້ນບໍ່ມີກຳນົດເວລາແມ່ນ ອີງໃສ່ຄວາມຮຽກ ຮ້ອງຕ້ອງການຂອງຫນ້າທີ່ການເມືອງ.ໄລຍະເວລາທີ່ນາຍທະຫານສຶກສາຢູ່ໂຮງຮຽນຕ່າງໆກໍ່ໃຫ້ຄິດໄລ່ໃສ່ກຳນົດເວລາການ ເລື່ອນຊັ້ນ. ນາຍທະຫານທີ່ມີຜົນງານດີເດັ່ນໃນການສູ້ຮົບ, ໃນການປະຕິບັດຫນ້າທີ່ຢູ່ເຂດຫຍຸ້ງຍາກທຸລະກັນດານ ຫລື ຫນ້າ ທີ່ພິເສດອາດຈະໄດ້ເລື່ອນຂ້າມຊັ້ນ ຫລື ເລື່ອນຊັ້ນກ່ອນກຳນົດເວລາທີ່ໄດ້ ກຳນົດໄວ້. ໃນກໍລະນີທີ່ຮອດກຳນົດເວລາການ ເລື່ອນຊັ້ນ ແລ້ວແຕ່ບໍ່ມີມາດຕະຖານ, ເງື່ອນໄຂຄົບ ຖ້ວນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 17 ຂອງກົດຫມາຍສະບັບນີ້ຈະ ບໍ່ໄດ້ເລື່ອນຊັ້ນ, ແຕ່ຈະມີ ການພິຈາລະນາໄປແຕ່ລະປີ ໂດຍບໍ່ໃຫ້ເກີນຫນຶ່ງຮອບຂອງກຳນົດເວລາການເລື່ອນຊັ້ນຂອງແຕ່ ລະຊັ້ນ, ຖ້າຫາກບໍ່ໄດ້ເລື່ອນຊັ້ນແລ້ວ ຈະໄດ້ຍົກຂັ້ນເງິນເດືອນຂຶ້ນຫນຶ່ງຂັ້ນ ແລະ ອາດຈະຍົກຍ້າຍຜູ້ກ່ຽວ ໄປເຮັດຫນ້າທີ່ ໃຫມ່ຕາມຄວາມສາມາດ ຫລືໃຫ້ຮັບເບ້ຍບຳນານຫລືເງິນອຸດຫນູນ ຕາມລະບຽບການ. ນາຍທະຫານທີ່ຍົກຍ້າຍໄປເຮັດຫນ້າ ທີ່ຢູ່ຝ່າຍພົນລະເຮືອນເມື່ອກັບຄືນກອງທັບຈະໄດ້ ພິຈາລະນາເລື່ອນຊັ້ນຕື່ມຫນຶ່ງຊັ້ນຫລືຂ້າມຊັ້ນຕາມຄວາມເຫມາະສົມ ແຕ່ ຕ້ອງມີເງື່ອນໄຂ, ມາດຕະຖານຄົບຖ້ວນຕາມກຳນົດທີ່ໄດ້ກຳນົດໄວ້ໃນມາດຕາ 17 ຂອງກົດຫມາຍສະບັບນີ້.
ຫມວດທີ IV ຕຳແຫນ່ງນາຍທະຫານໃນກອງທັບປະຊາຊົນລາວ
ມາດຕາ 19. ຕຳແຫນ່ງຂອງນາຍທະຫານ
ຕຳແຫນ່ງຂອງນາຍທະຫານກອງທັບປະຊາຊົນລາວມີດັ່ງນີ້:
1. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ;
2. ຫົວຫນ້າກົມໃຫຍ່ເສນາທິການກອງທັບ, ຫົວຫນ້າກົມໃຫຍ່ການເມືອງກອງັທບ, ຫົວ ຫນ້າກົມໃຫຍ່ພະລາທິການກອງ ທັບ ແລະ ຫົວຫນ້າກົມໃຫຍ່ເຕັກນິກກອງທັບ.
3. ຫົວຫນ້າກອງບັນຊາການເຂດທະຫານ.
4. ຫົວຫນ້າກົມ, ຫົວຫນ້າກອງພົນ, ຫົວຫນ້າກອງບັນຊາການທະຫານນະຄອນຫລວງ ວຽງຈັນ, ຫົວຫນ້າກອງບັນຊາການ ທະຫານນະຄອນຫລວງ, ຫົວຫນ້າກອງບັນຊາການທະຫານ ແຂວງ.
5. ຫົວຫນ້າກອງພັນໃຫຍ່, ຫົວຫນ້າກອງບັນຊາການທະຫານເມືອງ.
6. ຫົວຫນ້າກອງພັນນ້ອຍ.
7. ຫົວຫນ້າກອງຮ້ອຍ
8. ຫົວຫນ້າຫມວດ
ຕຳແໜ່ງຕ່າງໆທີ່ກ່າວມາຂ້າງເທິງນີ້ ມີຕຳແໜ່ງທຽບເທົ່າ ແລະ ຕຳແໜ່ງຮອງຫົວຫນ້າ.
ມາດຕາ 20. ການກຳນົດຊັ້ນນາຍທະຫານໃສ່ແຕ່ລະຕຳແຫນ່ງ
ແຕ່ລະຕຳແຫນ່ງໄດ້ກຳນົດຊັ້ນນາຍທະຫານໃສ່ດັ່ງນີ້:
1. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ຊັ້ນພົນໂທ ຫລືພົນເອກ.
2. ຫົວຫນ້າກົມໃຫຍ່ເສນາທິການກອງທັບ, ຫົວຫນ້າກົມໃຫຍ່ການເມືອງກອງທັບ, ຊັ້ນ ພົນຕີຫລືພົນໂທ.
3. ຫົວຫນ້າກົມໃຫຍ່ພະລາທິການກອງທັບ, ຫົວຫນ້າກົມໃຫຍ່ເຕັກນິກກອງທັບ, ຊັ້ນພົນ ຈັດຕະວາ ຫລືພົນຕີ.
4. ຫົວຫນ້າຫ້ອງການກະຊວງປ້ອງກັນປະເທດ, ຫົວຫນ້າເຂດທະຫານ, ຫົວຫນ້າວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຫົວຫນ້າວິທະຍາຄານການທະຫານ, ການເມືອງ, ພະ ລາທິການ ແລະ ຫົວຫນ້າຂອງອົງການກົມກອງທຽບ ເທົ່າຊັ້ນພົນຈັດຕະວາຫລືພົນຕີ.
5. ຫົວຫນ້າກົມ, ຫົວຫນ້າໂຮງຮຽນນາຍທະຫານບົກ, ຫົວຫນາກອງພົນດ ຫົວຫນ້າກອງ ບັນຊາການທະຫານນະຄອນ ຫລວງວຽງຈັນ, ຫົວຫນ້າກອງບັນຊາການທະຫານນະຄອນຫລວງ ແລະ ຫົວຫນ້າຂອງອົງການກົມກອງທຽບເທົ່າ. ຊັ້ນພັນເອກ ຫລື ພົນຈັດຕະວາ.
6. ຫົວຫນ້າກອງບັນຊາການທະຫານແຂວງ: ຊັ້ນພັນເອກ.
7. ຫົວຫນ້າທູດທະຫານ: ຊັ້ນພັນເອກ.
8. ຫົວຫນ້າກອງພັນໃຫຍ່ ແລະ ທຽບເທົ່າ: ຊັ້ນພັນໂທ ຫລື ພັນເອກ.
9. ຫົວຫນ້າພະແນກຂອງອົງການຈັດຕັ້ງຕ່າງໆ. ຫົວຫນ້າກອງບັນຊາການທະຫານເມືອງ ຊັ້ນພັນຕີ ຫລື ພັນໂທ.
10. ຫົວຫນ້າກອງພັນນ້ອຍ ແລະ ທຽບເທົ່າ: ຊັ້ນຮ້ອຍເອກ ຫລື ພັນຕີ.
11. ຫົວຫນ້າກອງຮ້ອຍ ແລະ ທຽບເທົ່າ: ຊັ້ນຮ້ອຍໂທ ຫລື ຮ້ອຍເອກ.
12. ຫົວຫນ້າຫມວດ ແລະ ທຽບເທົ່າຊັ້ນຮ້ອຍຕີ ຫລື ຮ້ອຍໂທ.
ຊັ້ນຂອງບັນດາຮອງຫົວຫນ້າຕາມທີ່ໄດ້ກຳນົດໄວ້ໃນມາດຕານີ້ ຈະເທົ່າກັບຊັ້ນຂອງຫົວຫນ້າກໍໄດ້ ຊັ້ນຂອງນາຍທະຫານທີ່ ເຮັດວຽກງານພິເສດ, ຢູ່ເຂດຫຍຸ້ງຍາກທຸລະກັນດານ, ກົມກອງເຫລົ່າຮົບ ເອກະລາດ ແລະ ດ້ານ ຮົບຕ່າງໆ ຈະສູງກ່ວາ ຕຳແຫນ່ງທີ່ໄດ້ກຳນົດໄວ້ເທິງນີ້ກໍ່ໄດ້ ແຕ່ບໍ່ໃຫ້ກາຍ ຫນຶ່ງຊັ້ນ.
ມາດຕາ 21. ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງນາຍທະຫານ.
ຜູ້ມີສິດຕົກລົງແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງນາຍທະຫານມີດັ່ງນີ້:
1. ປະທານປະເທດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດຕາມການ ສະເຫນີຂອງນາຍົກລັດຖະມົນຕີພາຍຫລັງທີ່ສະພາແຫ່ງຊາດ ຮັບຮອງເອົາ.
2. ນາຍົກລັດຖະມົນຕີເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງລັດຖະມົນຕີຊ່ວຍວ່າ ການກະຊວງປ້ອງກັນປະເທດ, ຫົວຫນ້າ ແລະ ຮອງຫົວຫນ້າກົມໃຫຍ່, ຫົວຫນ້າຫ້ອງການກະ ຊວງ, ຫົວຫນ້າ ແລະ ຮອງຫົວຫນ້າເຂດທະຫານ, ຫົວ ຫນ້າວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ຫົວຫນ້າກອງພົນ, ຫົວຫນ້າກອງບັນຊາການທະຫານນະຄອນຫລວງ, ຫົວຫນ້າ ກອງບັນຊາການທະຫານແຂວງ, ຫົວຫນ້າກົມກອງທຽບເທົ່າຕາມການສະເຫນີຂອງລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດ.
3. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳ ແຫນ່ງຫົວຫນ້າ ແລະ ຮອງຫົວ ຫນ້າກົມ, ຫົວຫນ້າທູດທະຫານ, ຮອງຫົວຫນ້າຫ້ອງການ ແລະ ຮອງຫົວຫນ້າວິທະຍາຄານການທະຫານ, ການເມືອງ, ພະລາທິການ, ຫົວຫນ້າ ແລະ ຮອງຫົວ ຫນ້າໂຮງຮຽນນາຍທະຫານບົກ, ຮອງຫົວຫນ້າກອງພົນ, ຮອງຫົວຫນ້າ ກອງ ບັນຊາການທະຫານ ນະຄອນຫລວງວຽງຈັນ, ຮອງຫົວຫນ້າກອງບັນຊາການທະຫານນະຄອນ, ຮອງຫົວຫນ້າກອງບັນ ຊາການທະຫານແຂວງ, ຫົວຫນ້າ ແລະ ຮອງຫົວຫນ້າກອງພັນໃຫຍ່, ຫົວຫນ້າ ແລະ ຮອງຫົວ ຫນ້າກອງບັນຊາການ ທະຫານເມືອງ, ຫົວຫນ້າ ແລະ ຮອງຫົວຫນ້າກົມກອງທຽບເທົ່າຕາມການສະເຫນີຂອງຫົວຫນ້າກົມໃຫຍ່ການເມືອງກອງ ທັບ.
4. ຫົວຫນ້າກົມໃຫຍ່ການເມືອງກອງທັບເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງ ຫົວຫນ້າ ແລະ ຮອງຫົວຫນ້າພະ ແນກຂອງບັນດາອົງການຂັ້ນຕ່າງໆ, ຫົວຫນ້າ ແລະ ຮອງຫົວ ຫນ້າພະແຮກກອງພັນນ້ອຍ, ຫົວຫນ້າ ແລະ ຮອງຫົວຫນ້າ ຂະແຫນງຂອງກອງພັນໃຫຍ່ເອກະ ລາດ, ຫົວຫນ້າ ແລະ ຮອງຫົວຫນ້າກົມກອງທຽບເທົ່າຕາມການສະເຫນີຂອງກົມກອງ ທີ່ກ່ຽວ ຂ້ອງ.
5. ຫົວຫນ້າກົມໃຫຍ່ເສນາທິການ, ຫົວຫນ້າກົມໃຫຍ່ພະລາທິການ, ຫົວຫນ້າກົມໃຫຍ່ ເຕັກນິກ, ຫົວຫນ້າຫ້ອງການກະ ຊວງ ແລະ ຫົວຫນ້າກົມກອງທຽບເທົ່າເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງຂັ້ນກອງຮ້ອຍ ແລະ ຂັ້ນຂະແຫນງ ທີ່ຂຶ້ນກັບຕົນຕາມການສະເຫນີຂອງກົມ ກອງທີ່ກ່ຽວຂ້ອງ.
6. ຫົວຫນ້າເຂດການທະຫານ, ຫົວຫນ້າວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ຫົວຫນ້າວິທະຍາຄານການທະ ຫານ, ການເມືອງ, ພະລາທິການ, ຫົວຫນ້າໂຮງຮຽນນາຍທະຫານ ບົກ, ຫົວຫນ້າກອງພົນ, ຫົວຫນ້າກອງບັນຊາການ ທະຫານນະຄອນຫລວງວຽງຈັນ, ຫົວຫນ້າກອງ ບັນຊາການທະຫານນະຄອນຫລວງ, ຫົວຫນ້າກອງບັນຊາການທະຫານ ແຂວງ ແລະ ຫົວຫນ້າ ກົມກອງທຽບເທົ່າເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແຫນ່ງຂັ້ນຂະແຫນງ, ກອງຮ້ອຍ, ຫມວດ, ຫມູ່ທີ່ຂຶ້ນກັບຕົນຕາມກມນສະເຫນີຂອງກົມກອງທີ່ກ່ຽວຂ້ອງ.
7. ຫົວຫນ້າກອງພັນໃຫຍ່ເອກະລາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແຫນ່ງຂັ້ນ ກອງຮ້ອຍ, ຫມວດ ແລະ ຫມູ່ທີ່ ຂຶ້ນກັບຕົນຕາມການສະເຫນີຂອງກົມກອງທີ່ກ່ຽວຂ້ອງ.
ມາດຕາ 22. ການປົດ ແລະ ແຕ່ງຕັ້ງນາຍທະຫານໃຫ້ດຳລົງຕຳແຫນ່ງຊົ່ວຄາວ.
ໃນກໍລະນີຮີບດ່ວນ ນາຍທະຫານທີ່ມີຕຳແຫນ່ງແຕ່ຂັ້ນຫົວຫນ້າກອງຮ້ອຍເອກະລາດ, ຫົວຫນ້າກອງພັນນ້ອຍເອກະລາດ, ຫົວຫນ້າກອງພັນໃຫຍ່ຫລືທຽບເທົ່າຂຶ້ນໄປມີສິດປົດຕຳແໜ່ງ ຊົ່ວຄາວຂອງນາຍທະຫານ ທີ່ຂຶ້ນກັບຕົນທີ່ບໍ່ປະຕິບັດຄຳສັ່ງ ເຊິ່ງຈະກໍ່ຄວາມເສຍຫາຍໃຫ້ແກ່ກົມ ກອງ ແລະ ຜົນປະໂຫຍດຂອງຊາດແລ້ວແຕ່ງຕັ້ງຜູ້ໃໝ່ຂຶ້ນຮັບຜິດຊອບແທນ, ພ້ອມ ກັນນັ້ນກໍ ຕ້ອງລາຍງານໃຫ້ຂັ້ນເທິງຖັດຕົນຊາບ ແລະ ສະເຫນີຂັ້ນເທິງແຕ່ງຕັ້ງເປັນທາງການຢ່າງຮີບດ່ວນ.
ມາດຕາ 23. ການງົດຕຳແຫນ່ງ ແລະ ການມອບຕຳແຫນ່ງຕ່ຳກ່ວາຊັ້ນນາຍທະຫານ.
ການງົດຕຳແຫນ່ງຂອງນາຍທະຫານຈະປະຕິບັດໄດ້ໃນກໍລະນີລຸ່ມນີ້.
1. ກົງຈັກການຈັດຕັ້ງມີການປ່ຽນແປງເຊິ່ງບໍ່ຈຳເປັນຕ້ອງມີຕຳແຫນ່ງທີ່ກ່ຽວຂ້ອງນັ້ນອີກ.
2. ນາຍທະຫານບໍ່ຄົບເງື່ອນໄຂທີ່ຈະຮັບຜິດຊອບຕຳແຫນ່ງນັ້ນ.
3. ນາຍທະຫານທີ່ເຖິງອາຍຸກະສຽນຮັບເບ້ຍບຳນານ.
ນາຍທະຫານອາດຈະຖືກມອບຕຳແຫນ່ງຕ່ຳກ່ວາຊັ້ນໃນກໍລະນີ:
1. ມີການເພີ່ມທະວີການບັນຊາໃນການປະຕິບັດຫນ້າທີ່ພິເສດ.
2. ມີການປ່ຽນແປງການຈັດຕັ້ງຂອງກົມກອງ.
3. ມີການສັບຊ້ອນໃສ່ຕຳແຫນ່ງໃໝ່ທີ່ແທດເຫມາະກັບຄວາມສາມາດ ແລະ ສຸຂະພາບ ຂອງນາຍທະຫານ.
ຫມວດທີ V. ການຄຸ້ມຄອງຂອງລັດຕໍ່ນາຍທະຫານ.
ມາດຕາ 24. ການຄຸ້ມຄອງຂອງລັດຖະບານຕໍ່ນາຍທະຫານ.
ລັດຖະບານຄຸ້ມຄອງນາຍທະຫານດັ່ງນີ້:
1. ປະຕິບັດຫລັກການລວມສູນເປັນເອກະພາບໃນການກໍ່ສ້າງ ແລະ ຄຸ້ມຄອງຖັນແຖວ ນາຍທະຫານ.
2. ສະເຫນີກົດຫມາຍ ແລະ ອອກນິຕິກຳກ່ຽວກັບນາຍທະຫານ.
3. ຊີ້ນຳ, ກວດກາການຈັດຕັ້ງປະຕິບັດກົດຫມາຍ ແລະ ນິຕິກຳຕ່າງໆກ່ຽວກັບນາຍທະ ຫານ.
4. ສະຫນອງງົບປະມານ, ປະກອບວັດຖຸ, ອຸປະກອນ, ພາຫະນະເຕັກນິກການທະຫານ.
5. ຄົ້ນຄວ້າ ແລະ ນຳໃຊ້ບັນດານະໂຍບາຍຕ່າງໆຕໍ່ຖັນແຖວທະຫານ.
ມາດຕາ 25. ຄວາມຮັບຜິດຊອບຂອງກະຊວງປ້ອງກັນປະເທດ.
ກະຊວງປ້ອງກັນປະເທດມີຄວາມຮັບຜິດຊອບຕໍ່ລັດຖະບານກ່ຽວກັບການຄຸ້ມຄອງ, ບັນ ຊານາຍທະຫານດັ່ງນີ້:
1. ຄຸ້ມຄອງໂດຍກົງຢ່າງຮອບດ້ານ ຕໍ່ນາຍທະຫານ, ເປັນເຈົ້າການປະສານສົມທົບກັບ 
ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງ ການຈັດຕັ້ງສັງຄົມ, ນະ ຄອນຫລວງວຽງຈັນ, ນະຄອນ, ແຂວງ, ເມືອງ ແລະ ເທດສະບານເພື່ອຄຸ້ມຄອງນາຍທະຫານຕາມພາລະບົດບາດຂອງຕົນ.
2. ກຳນົດ, ຈັດຕັ້ງປະຕິບັດການກໍ່ສ້າງ ແລະ ບຳລຸງນາຍທະຫານໃຫ້ເປັນລະບົບຄົບຊຸດ, ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ.
3. ຊີ້ນຳ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫນ້າທີ່ວຽກງານ ແລະ ນິຕິ ກຳຂອງນາຍທະຫານ.
4. ຈັດຕັ້ງ, ນຳໃຊ້, ຄຸ້ມຄອງ, ປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ປະຕິບັດວິໄນຕໍ່ນາຍ ທະຫານ.
5. ສ້າງແຜນງົບປະມານ ແລະ ນຳໃຊ້ງົບປະມານ, ວັດຖຸ, ອຸປະກອນ, ພາຫະນະເຕັກນິກ ການທະຫານ.
6. ຊີ້ນຳ ນຳພາ ແລະ ບັນຊານາຍທະຫານທັງສາມປະເພດກຳລັງ ກຳລັງຫລວງ, ກຳ ລັງທ້ອງຖິ່ນ, ກອງຫລອນ ແລະ ກອງປ້ອງກັນຕົວ;
7. ພິຈາລະນາແກ້ໄຂຄຳສະເຫນີ, ຄຳຮ້ອງທຸກ ແລະ ຄຳຮ້ອງຟ້ອງຂອງນາຍທະຫານ.
8. ປະຕິບັດສິດ ແລະ ຫນ້າທີ່ອື່ນໆຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດຫມາຍ.
ມາດຕາ 26. ພັນທະຂອງບັນດາກະຊວງ ແລະ ອົງການຈັດຕັ້ງຕ່າງໆ.
ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາ ຊົນ, ອົງການຈັດຕັ້ງສັງຄົມ, ສະ ຖາບັນການສຶກສາຂັ້ນຕ່າງໆມີພັນທະປະກອບສ່ວນດັ່ງນີ້:
1. ສຶກສາອົບຮົມ, ກໍ່ສ້າງ, ບຳລຸງ ແລະ ສະຫນອງພະນັກງານວິຊາການໃຫ້ແກ່ກອງທັບ ສ້າເງື່ອນໄຂອຳນວຍຄວາມສະ ດວກໃຫ້ນາຍທະຫານເຮັດສຳເລັດຫນ້າທີ່ຂອງຕົນ.
2.ຄົ້ນຄວ້າ, ສັບຊ້ອນນາຍທະຫານທີ່ຍົກຍ້າຍຈາກກອງທັບມາເຮັດຫນ້າທີ່ຢູ່ຝ່າຍພົນ ລະເຮືອນຢ່າງເຫມາະສົມ.
3. ຊ່ວຍເຫລືອເບິ່ງແຍງທາງດ້ານວັດຖຸຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວເປັນຕົ້ນຄອບຄົວ ນາຍທະຫານຜູ້ເສຍສະຫລະຊີວິດ, ຜູ້ເສຍອົງຄະ, ພະນັກງານ ບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ຄອບ ຄົວນາຍທະຫານທີ່ພວມປະຕິບັດຫນ້າ ທີ່ພໍ່ເສດ, ຢູ່ເຂດທຸລະກັນດານ, ຫ່າງໄກສອກຫລີ.
ມາດຕາ 27. ພັນທະຂອງອົງການປົກຄອງທ້ອງຖິ່ນ.
ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນມີພັນທະປະກອບສ່ວນດັ່ງນີ້:
1. ກໍ່ສ້າງ, ບຳລຸງຍົກລະດັບດ້ານການສຶກສາ ແລະ ວິຊາການອື່ນໆ, ສ້າງເງື່ອນໄຂອຳ ນວຍຄວາມສະດວກໃຫ້ນາຍທະ ຫານເຮັດສຳເລັດຫນ້າທີ່.
2. ຄົ້ນຄວ້າ, ສັບຊ້ອນນາຍທະຫານທີ່ຍົກຍ້າຍຈາກກອງທັບ ມາເຮັດຫນ້າທີ່ຢູ່ຝ່າຍພົນ ລະເຮືອນຢ່າງເຫມາະສົມ.
3. ຊ່ວຍເຫລືອເບິ່ງແຍງທາງດ້ານວັດຖຸຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວເປັນຕົ້ນຄອບຄົວ ນາຍທະຫານຜູ້ເສຍສະຫລະຊີວິດ, ຜູ້ເສຍອົງຄະ, ພະນັກງານ ບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ຄອບ ຄົວນາຍທະຫານທີ່ພວມປະຕິບັດຫນ້າ ທີ່ພິເສດ, ຢູ່ເຂດທຸລະກັນດານ, ຫ່າງໄກສອກຫລີກ.
4. ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ພ້ອມກັບປະຊາຊົນບັນດາເຜົ່າສຶກສາອົບຮົມ, ປະກອບຄວາມຄິດຄວາມເຫັນ, ຕຳນິ ຕິຊົມ, ຊ່ວຍເຫລືອນາຍທະຫານໃນການປະຕິບັດຫນ້າທີ່ຢູ່ ທ້ອງຖິ່ນຂອງຕົນ.
ຫມວດທີ VI. ການປະຕິບັດນະໂຍບາຍ, ຂໍ້ຫ້າມການຍ້ອງຍໍ ແລະ ການປະຕິບັດວິໄນຕໍ່ນາຍທະຫານ.
ມາດຕາ 28. ການປະຕິບັດນະໂຍບາຍ.
ການປະຕິບັດນະໂຍບາຍຕໍ່ນາຍທະຫານມີດັ່ງນີ້:
1. ນາຍທະຫານປະຈຳການໄດ້ຮັບເງິນເດືອນ, ເງິນອຸດຫນູນ, ເຄື່ອງອຸປະໂພກ ແລະ ບໍລິໂພກຕາມທີ່ລັດໄດ້ກຳນົດໄວ້. ສ່ວນນາຍທະຫານທີ່ເຊົາປະຈຳການແມ່ນຈະໄດ້ຮັບເງິນອຸດ ຫນູນເທື່ອດຽວຕາມລະບຽບການຍົກເວັ້ນກໍລະນີທີ່ໄດ້ກຳນົດໄວ້ໃນຂໍ້ 2 ແລະ ຂໍ້ 3 ມາດຕາ 31 ຂອງກົດຫມາຍສະບັບນີ້.
2. ນາຍທະຫານທີ່ໄດ້ຮັບຫລາຍຕຳແຫນ່ງຈະໄດ້ຮັບນະໂຍບາຍຕາມຕຳແຫນ່ງສູງສຸດ.
3. ນາຍທະຫານທີ່ຖືກຍົກຍ້າຍໄປເຮັດວຽກຢູ່ກົມກອງໃຫມ່ແມ່ນຈະໄດ້ຮັບນະໂຍບາຍ ຕາມຕຳແຫນ່ງໃຫມ່.
4. ນາຍທະຫານທີ່ປະຈຳການຈະໄດ້ພັກຜ່ອນປະຈຳປີສິບຫ້າວັນຕາລະບຽບກົດຫມາຍຍົກເວັ້ນກໍລະນີທີ່ມີພາວະສຸກເສີນ ຫລືມີສົງຄາມກໍໃຫ້ກັບຄືນມາກົມກອງດ່ວນ.
5. ນາຍທະຫານປະຈຳການ, ພະນັກງານບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ນາຍທະຫານເສຍອົງຄະ ຈະໄດ້ຮັບການເບິ່ງແຍງທາງດ້ານສຸຂະພາບ, ຖ້າມີການເຈັບເປັນ ຈະໄດ້ຮັບການປິ່ນປົວຕາມນະໂຍບາຍທີ່ພັກ-ລັດ ໄດ້ກຳ ນົດໄວ້. ສຳລັບນາຍທະຫານທີ່ມີການ ເຈັບເປັນ, ຖືກບາດເຈັບ ຫລື ເສຍອົງຄະໃນເວລາປະຕິບັດຫນ້າທີ່ຢູ່ສະຫນາມຮົບ ຫລືຢູ່ເຂດຫຍຸ້ງ ຍາກທຸລະກັນດານຈະໄດ້ມີການປິ່ນປົວໂດຍບໍ່ເສຍຄ່າ.
6. ນາຍທະຫານ ເຊິ່ງເຮັດຫນ້າທີ່ສູ້ຮົບ ແລະ ຮັບໃຊ້ຢູ່ສະຫນາມຮົບຢ່າງພິລະອາດຫານ ຫລື ຖືກເສຍສະຫລະຊີວິດຈະ ໄດ້ຮັບການເລື່ອນຊັ້ນໃຫ້ຕື່ມຫນຶ່ງຊັ້ນຫລືຂ້າມຊັ້ນ ຕາມການ ຄວາມເຫມາະສົມ, ຖ້າຖືກເສຍຊີວິດໃນເວລາຮັບໃຊ້ຢູ່ສະ ຫນາມຮົບຈະໄດ້ເລື່ອນຊັ້ນຕື່ມຫນຶ່ງ ຊັ້ນ.
7. ນາຍທະຫານແຕ່ລະຊັ້ນພັນເອກລົງມາທີ່ຮັບເບ້ຍບຳນານຈະບໍ່ໄດ້ເລື່ອນຊັ້ນຕື່ມອີກ ແຕ່ຈະໄດ້ຍົກເງິນເດືອນຂຶ້ນຫນຶ່ງຊັ້ນ.
8. ນາຍທະຫານບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນຈະໄດ້ຮັບການເຊື່ອເຊີນ ເຂົ້າຮ່ວມໃນວັນບຸນສຳຄັນຕ່າງໆ ຂອງຊາດ ແລະ ມີສິດນຳໃຊ້ເຄື່ອງແບບນາຍທະຫານ, ເຄື່ອງ ຫມາຍຍົດ, ຫມາຍຊັ້ນຄືກັນກັບນາຍທະຫານປະຈຳການ.
9. ນາຍທະຫານຈະໄດ້ຮັບນະໂຍບາຍໄປສຶກສາຍົກລະດັບຢູ່ພາຍ ແລະ ຕ່າງປະເທດ ສຳລັບນະໂຍບາຍລະອຽດຕໍ່ນາຍ ທະຫານປະຈຳການ, ພະນັກງານບຳນານ, ຜູ້ເສຍສະຫລະຊີ ວິດ, ຜູ້ເສຍຊີວິດ, ຜູ້ເສຍອົງຄະ, ວິລະຊົນແຫ່ງຊາດ, ນັກ ຮົບແຂ່ງຂັນ, ຄອບຄົວພໍ່ແມ່ຂອງນາຍ ທະຫານທີ່ເສຍສະຫລະຊີວິດ, ເສຍຊີວິດ ແລະ ນະໂຍບາຍອື່ນໆ ແມ່ນລັດຖະ ບານ ເປັນຜູ້ກຳນົດ.
ມາດຕາ 29. ຂໍ້ຫ້າມຕໍ່ນາຍທະຫານ
ຂໍ້ຫ້າມຕົ້ນຕໍຕໍ່ນາຍທະຫານມີດັ່ງນີ້:
1. ຫ້າມລະເມີດລະບຽບກົດຫມາຍຂອງລັດ, ກົດລະບຽບຂອງກອງທັບ ແລະ ຮີດຄອງ ປະເພນີອັນດີງາມຂອງປະຊາຊົນ ບັນດາເຜົ່າ.
2. ຫ້າມອອກຄຳສັ່ງ, ລະບຽບການ, ນະໂຍບາຍຕ່າງໆທີ່ຂັດກັບກົດຫມາຍ, ຄຳສັ່ງຫລື ກົດລະບຽບທີ່ການຈັດຕັ້ງຂັ້ນ ເທິງວາງອອກ.
3. ຫ້າມປະລະຫນ້າທີ່, ບໍ່ປະຕິບັດຕາມມະຕິຕົກລົງຫລືຄຳສັ່ງຂອງຂັ້ນເທິງ.
4. ຫ້າມໃຊ້ອຳນາດເກີນຂອບເຂດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.
5. ຫ້າມສວຍໃຊ້ອຳນາດ, ຫນ້າທີ່ຕຳແຫນ່ງເພື່ອຫາຜົນປະໂຫຍດສ່ວນຕົວ.
6. ຫ້າມເອົາອາວຸດ, ລູກກະສູນ, ເຄື່ອງແບບທະຫານຫລືເອກະສານທາງການທະຫານໄປໃຫ້ຜູ້ອື່ນຢືມຫລືນຳໃຊ້ໂດຍບໍ່ ໄດ້ຮັບອະນຸຍາດຈາກການຈັດຕັ້ງ. ນອກຈາກນີ້ແລ້ວ ນາຍທະຫານຕ້ອງປະຕິບັດຕາມຂໍ້ຫ້າມອື່ນໆທີ່ພັກ ແລະ ລັດ ໄດ້ ກຳນົດໄວ້.
ມາດຕາ 30. ການຍ້ອງຍໍຕໍ່ນາຍທະຫານ
ນາຍທະຫານທີ່ມີຜົນງານດີເດັ່ນໃນການສູ້ຮົບຫລືການປະຕິບັດຫນ້າທີ່ວຽກງານອື່ນໆຈະ ໄດ້ຮັບການຍ້ອງຍໍເຊັ່ນ: ນາມມະຍົດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຫລຽນກາ, ໃບຍ້ອງຍໍ ຂັ້ນຕ່າງໆ, ການເລື່ອນຊັ້ນ ແລະ ນະໂຍບາຍ ອື່ນໆຕາມຄວາມເຫມາະສົມ.
ມາດຕາ 31. ການປະຕິບັດວິໄນຕໍ່ນາຍທະຫານ.
1. ນາຍທະຫານທີ່ໄດ້ລະເມີດກົດລະບຽບ, ວິໄນຂອງກອງທັບປະຊາຊົນລາວຈະຖືກປະ ຕິບັດວິໄນທາງບໍລິຫານຕາມສະ ຖານເບົາຫລືຫນັກເຊັ່ນ: ຕຳນິ, ກ່າວເຕືອນ, ງົດການເລື່ອນຊັ້ນ, ຍົກຍ້າຍຫນ້າທີ່, ປົດຕຳແຫນ່ງ, ປົດຊັ້ນແລ້ວໃຫ້ເງິນ ອຸດຫນູນຕາມຊັ້ນທີ່ຍັງເຫລືອຫລືໄລ່ອອກ ຈາກກອງທັບໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
2. ນາຍທະຫານທີ່ໄດ້ກະທຳຜິດທາງອາຍາ, ກໍ່ຄວາມເສຍຫາຍແກ່ຜູ້ອື່ນຈະຖືກດຳເນີນ ຄະດີຕາມກົດຫມາຍ.
3. ນາຍທະຫານທີ່ໄດ້ກທຳຜິດໂດຍເຈດຕະນາ ແລະ ຖືກສານຕັດສິນລົງໂທດອິດສະ ຫລະພາບທີ່ໃຊ້ໄດ້ຢ່າງເດັດຂາດ, ແຕ່ສິບແປດເດືອນຂຶ້ນໄປຈະຫມົດສິດການເປັນທະຫານ. ໃນກໍລະນີການກະທຳຜິດດ້ວຍຄວາມບໍ່ລະມັດລະວັງນັ້ນຈະພິຈາ ລະນາຊັ້ນຂອງນາຍທະຫານຕາມ ຄວາມເຫມາະສົມ.
ຫມວດທີ VII. ບົດບັນຍັດສຸດທ້າຍ
ມາດຕາ 32. ການຈັດຕັ້ງປະຕິບັດ
ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດຫມາຍສະບັບນີ້.
ມາດຕາ 33. ຜົນສັກສິດ
ກົດຫມາຍສະບັບນີ້ມີຜົນສັກສິດນັບແຕວັນປະທານປະເທດ ແຫ່ງສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວ ອອກລັດ ຖະດຳລັດປະກາດໃຊ້ເປັນຕົ້ນໄປ.ທຸກຂໍ້ກຳນົດ, ບົດບັນຍັດທີ່ຂັດກັບກົດຫມາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

 

 

 
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່